03-4-2013-B-2-management zone
ຂ້າພະເຈົ້າຈະອະທິບາຍເລື່ອງນີ້ໃນຖານະເປັນຜູ້ປະກອບການ ຫຼືເຈົ້າຂອງກິດຈະການສ່ວນຕົວຈັກໜ່ອຍວ່າ ມັນມີບົດບາດສຳຄັນພຽງໃດ ເປັນຍັງທຸລະກິດທົ່ວໆໄປຍັງໃຫ້ຄວາມສົນໃຈໃນເລື່ອງນີ້
ບາງທີທ່ານອາດ ຈະຍັງບໍ່ເຂົ້າໃຈ ແຕ່ຂ້າພະເຈົ້າກໍໄດ້ຄວາມກະຈ່າງໃນເລື່ອງນີ້
ຈາກປະສົບການເມື່ອຍຸກຟອງສະບູແຕກ
ເມຶ່ອປີ 2540 ມາແລ້ວນີ້ຍັງບໍ່ທັນໃດ
ວິກິດເສດຖະກິດໂລກກໍມາຢາມອີກແລ້ວ ແຕ່ຄາວນີ້ຜົນກະທົບມັນມາຈາກພາຍນອກ ແຕ່ຂ້າພະເຈົ້າກໍເຊື່ອວ່າມັນບໍ່ໜ້ອຍໄປກວ່າປີ40 ເລີຍຈັກໜ່ອຍ ແຕ່ທ່ານຢ່າຟ້າຕົກໃຈ
ໃນວິກິດ ຍັງມີໂອກາດຢູ່ສິເໝີ ມັນກໍເໝືອນກັບຄຳທີ່ກ່າວກັນຢູ່ສະເໝີວ່າ “ສົງຄາມມັກຈະສ້າງວິລະບູລຸດ” ມີຄວາມຈິງຫຍັງແດ່ທີ່ຂ້າພະເຈົ້າໄດ້ຄົ້ນພົບໂດຍບັງເອີນ ກັບວິກິດທາງເສດຖະກິດເມື່ອປີ
40 ທ່ານອາດຈະບໍ່ຕ້ອງເຊື່ອຂ້າພະເຈົ້າກໍໄດ້ໃນຕອນນີ້ ແຕ່ທ່ານລອງເອົາຄຳເວົ້າຂອງຂ້າພະເຈົ້າໄປໄຕ່ຕອງກໍໄດ້ ຄວາມຈິງທີ່ວ່ານີ້ກໍຄື
ເມື່ອເຈິບັນຫາວິກິດເສດຖະກິດເຊັ່ນນີ້ “ຄົນທຸກມີແຕ່ຈະທຸກລົງ ໃນຂະນະທີ່ຄົນຮັ່ງບໍ່ໄດ້ທຸກລົງ ພຽງແຕ່ເຂົາບໍ່ໄດ້ຮັ່ງຂື້ນເທົ່ານັ້ນເອງ” ເຈດຕະນາທີ່ຂ້າພະເຈົ້າເວົ້າເລື່ອງນີ້ຂ້າພະເຈົ້າບໍໄດ້ຄິດຈະດູຖູກຫຼືລົບຫຼູ່ຄົນທຸກແມ່ນ ແຕ່ນ້ອຍ ຂ້າພະເຈົ້າກໍເປັນຄົນທຸກຫຼືຄົນທີ່ຫຼົມເຫຼວໃນທຸລະກິດມາກ່ອນ
ແລ້ວຄວາມຈິງທີ່ວ່ານີ້
ມັນຈະເປັນປະໂຫຍດຫຍັງກັບທ່ານ
ມັນຈະປ່ຽນວິກິດເປັນໂອກາດຂອງທ່ານໄດ້ແນວໃດ?
ເອົາລະຄາວນີ້ຂະພະເຈົ້າຄົງໄດ້ເວົ້າເຖິງເລື່ອງກະແສເງິນສົດທີ່ກ່ຽວຂ້ອງກັບທຸລະກິດຂອງທ່ານແນວໃດ
ກ່ອນອື່ນຂ້າພະເຈົ້າຂໍອະທິບາຍໃນສ່ວນກິດຈະການສ່ວນຕົວວ່າ ບົດບາດຂອງກະແສເງິນສົດນັ້ນມັນມີຄວາມສຳຄັນພຽງໃດ,,
ກະແສເງິນສົດໃນເຊິງທຸລະກິດທົ່ວໄປ ກໍຄືເງິນທີ່ໃຊ້ດຳເນີນການໃນແຕ່ລະເດືອນທີ່ຕ້ອງຈ່າຍອອກໄປ
ບໍ່ວ່າຈະເປັນຄ່າການຕະຫຼາດ,ຄ່າເຊົ່າສຳນັກງານ,ຄ່າໂທລະສັບ,ເງິນເດືອນພະນັກງານ ອື່ນໆ…ເປັນຕົ້ນ ເຊິ່ງຄ່າໃຊ້ຈ່າຍຕ່າງໆເລົ່ານີ້ຖ້າເຮົາມີລາຍຮັບເຂົ້າມາເພື່ອທີ່ຈະຈ່າຍໄດ້
ມັນກໍສາມາດເຮັດໃຫ້ເຮົາຢູ່ກັບທຸລະກິດໄດ້ ດົນຂື້ນ
ຊຶ່ງທາງການເງິນເອີ້ນວ່າ Fix Cost ສ່ວນຄ່າໃຊ້ຈ່າຍທາງດ້ານສິນຄ້າລະ
ນັ້ນມັນເປັນຄ່າໃຊ້ຈ່າຍທີ່ຈະສ້າງກຳລໃຫ້ເຮົາເປັນກອບເປັນກຳຕ່າງຫາກ
ຫຼືທີ່ເອີ້ນງ່າຍໆວ່າ Variable Cost ຊື່ງກະແສເງິນສົດສ່ວນໃຫຍ່ຈະຢູ່ທີ່ Fix Cost
ຫຼືຄ່າໃຊ້ຈ່າຍທີ່ເຮົາຕ້ອງຈ່າຍເປັນປະຈຳນັ້ນເອງ.
ກະແສເງິນສົດທາງດ້ານທຸລະກິດທີ່ທ່ານຈະຕ້ອງຈ່າຍອອກໄປໃນແຕ່ລະເດືອນນັ້ນ ກ່ອນທີ່ທ່ານຄິດຈະຈ່າຍ ອອກໄປ
ທ່ານຄິດຫາວິທີສ້າງກະແສເງິນສົດທີ່ຈະຊົດເຊີຍຄ່າໃຊ້ຈ່າຍຕ່າງໆເລົ່ານີ້ແລ້ວບໍ
ທ່ານຄິດວ່າທ່ານຈະໄດ້ຜົນຕອບແທນຈາກທຸລະກິດທີ່ທ່ານເຮັດມາມາຈ່າຍໄດ້ພຽງພໍຫຼືບໍໃນໄລຍະທຳອິດ
ຂ້າພະເຈົ້າເຝົ້າສັງເກດຄົນສ່ວນຫຼາຍໃນທຸລະກິດທີ່ຈະເສຍເງິນຈຳນວນບໍ່ນ້ອຍກັບສິ່ງຕ່າງໆເລົ່ານີ້ໃນໄລຍະທຳອິດ ພຽງຫວັງວ່າ ລາຍໄດ້ຈາກການຂາຍສິນຄ້າຈາກລູກຄ້າເລັກໆນ້ອຍໆຈະຊ່ວຍເຂົາໄດ້ ຂ້າພະເຈົ້າພົບວ່າ
ຜູ້ຄົນເລົ່ານັ້ນຈະສ້າງທຸລະກິດ ແຕ່ບໍ່ຄ່ອຍໃຫ້ຄວາມສົນໃຈໃນເລື່ອງນີ້ເລີຍ ທ່ານເຫັນບໍວ່າ ມັນມີແຕ່ເລື່ອງທີ່ທ່ານຈະຕ້ອງເສຍເງິນທັງນັ້ນ ແລ້ວຖ້າທ່ານມີກະແສເງິນສົດມາຈັດການກັບສິ່ງຕ່າງໆເຫຼົ່ານີ້ໄດ້ຍ່າງຕໍ່ເນື່ອງ ທ່ານກໍຈະຢູ່ໃນທຸລະກິດນີ້ໄດ້ດົນກວ່າຜູ້ອື່ນໆ ທ່ານລອງຕອບຕົວເອງກະແລ້ວກັນ.
ດັ່ງນັ້ນສິ່ງທີ່ທ່ານຕ້ອງຄິດຄຳນຶງໃຫ້ເປັນຢ່າງດີ ຄືກະແສເງິນສົດທີ່ຈະເຂົ້າມາຊ່ວຍທ່ານ ໃນທຸລະກິດຂອງຕົວທ່ານເອງ
ຈະຕ້ອງຈັດກຽມງົບປະມານໃນເລື່ອງນີ້ໃຫ້ເປັນຢ່າງດີ ເພາະສະນັ້ນມັມໝາຍເຖິງກະແສເງິນສົດທີ່ຂ້າພະເຈົ້າໄດ້ກ່າວມາແລ້ວ ໃນທຸລະກິດໃຫຍ່ໆທີ່ລົ້ມລະລາຍຫຼືຕ້ອງປິດກິດຈະການບໍ່ແມ່ນວ່າສິນຄ້າຂອງເຂົາເຈົ້າຈະບໍ່ດີ ແຕ່ເປັນເພາະການຈັດການກະແສເງິນສົດຂອງເຂົາຜິດພາດ ເລີຍເຮັດໃຫ້ຕ້ອງປິດກິດຈະການໃນທີ່ສຸດ.
ກະແສເງິນສົດນີ້ທ່ານຕ້ອງຄວບຍຄຸມມັນໃຫ້ດີ ມີຫຼາຍຕໍ່ຫຼາຍຄົນທີ່ທຸ້ມໄປກັບສິ່ງຕ່າງໆກັບການໂຄສະນາປະຊາສຳພັນເຫຼົ່ານີ້ທັງໆທີ່ຍັງບໍ່ຮູ້ດ້ວຍຊ້ຳວ່າ
ຈະຕ້ອງໂຄສະນາແນວໃດ?
ເປົ້າໝາຍຢູ່ໃສ?
ແລ້ວເງິນທີ່ຈະຕ້ອງເສຍໄປເປັນເງິນຂອງໃຜ,ຂອງທ່ານແມ່ນບໍ? ບາງຄັ້ງຂ້າພະເຈົ້າກໍມານັ່ງຄິດເບິ່ງ ແລ້ວກໍອົດໜັກໃຈບໍ່ໄດ້
ມັນເໝືອນກັບສຸພາສິດບູຮານທີ່ວ່າ “ຈຳແຈ່ວລະລາຍແມ່ຂອງ” ຫຼື “ຂີ່ຊ້າງຈັບຕັກແຕນ” ປະມານນັ້ນ
ທ່ານລອງນຶກເບິ່ງວ່າ ຄົນທີ່ເຂົ້າມາໃນວົງການທຸລະກິດເສຍເງິນເສຍຄຳໄປເປັນຈຳນວນຫຼວງຫຼາຍໄປກັບສິ່ງຕ່າງໆເຫຼົ່ານີ້ ແລ້ວໄດ້ຜົນຕອບແທນທີ່ບໍ່ຄຸ້ມຄ່າ ເຂົາເຈົ້າຈະຢຸ່ໃນທຸລະກິດນີ້ໄດ້ດົນປານໃດ?
ນັກທຸລະກິດແລະນັກການຕະຫຼາດຊັ້ນນຳເຂົາໄດ້ວາງແຜນທີ່ຈະວາງງົບປະມານໃນສ່ວນນີ້
ກັບການຈັດການ ກ່ຽກັບກະແສເງິນສົດໃວ້ໄດ້ຢ່າງຮັດກຸມ ແລະ
ມີປະສິດທິພາບ ເຂົາເຈົ້າວາງແຜນທີ່ຈະຢູ່ໃນທຸລະກິດນີ້ເປັນປີໆ ຫຼືອາດຈະຫຼາຍປີບໍ່ພຽງແຕ່3-4ເດືອນ ເຂົາເຈົ້າຮູ້ວ່າ
ຈັງຫວະເວລາໃດຄົນຈະຊື້ສິນຄ້າຂອງເຂົາເໝືອນດັ່ງທ່ານທີ່ຄິດວ່າ ເຂົ້າໜົມເຄັກຈະຂາຍດີໃນໄລຍະໃດ, ໄລຍະປີໃໝ່ແມ່ນບໍ?
ທ່ານຈະເຫັນວ່າ
ມີຄົນນຳມັນມາຂາຍເປັນຈຳນວນຫຼວງຫຼາຍໃນເທດສະການປີໃໝ່ ພໍຫລັງຈາກໝົດເທດສະການໄປ ມັນກໍຫາຍໄປນຳ
ແລ້ວທີ່ນີ້ກ່ຽກັບແຜນການຕະຫຼາດຂອງທ່ານລະ ມີໃຜບອກທ່ານກ່ຽວກັບສິ່ງຕ່າງໆເຫຼົ່ານີ້ແດ່
ທີ່ແທ້ຈິງແລ້ວຍັງມີຂໍ້ຜິດພາດອີກຫຼາຍປະການ ແຕ່ທີ່ຂ້າພະເຈົ້າຢິບຍົກມາໃນບົດຮຽນນີ້ຈະເປັນຂໍ້ຜິດພາດທີ່ສຳຄັນແລະມັກເຮັດໃຫ້ທຸລະກິດຫຼົມເຫຼມໄດ້ຢ່າງງ່າຍດາຍ ຖ້າເຮົາເບິ່ງຂ້າມມັນໄປ .
ไม่มีความคิดเห็น:
แสดงความคิดเห็น