ຕະຫຼາດກະສິກຳໂພນສະຫວັນ ເມືອງແປກ ແຂວງຊຽງຊວາງ ເປັນຕະຫຼາດທີ່ມີຊື່ສຽງ ຊຸກຍູ້ສົ່ງເສີມການຜະລິດ, ຂຸດຄົ້ນທຸກທ່າແຮງ,
ສີໄມ້ລາຍມືໜໍ່ແໜງການຜະລິດ, ມູນເຊື້ອຄວາມດຸຫມັ່ນຂະຫຍັນພຽນຂອງປະຊາຊົນບັນດາເຜົ່າທີ່ສ່ອງແສງໃຫ້ເຫັນຮີດຄອງປະເພນີ,
ວັດທະນະທຳອັນດີງາມຂອງຊາດ ໂດຍສະເພາະຂອງປະຊາຊົນບັນດາເຜົ່າ
ແຂວງຊຽງຂວາງ. ແນໃສ່ສົ່ງເສີມໂຄສະນາສິນຄ້າຂອງທ້ອງຖິ່ນເຊິ່ງສ່ວນຫລາຍແມ່ນປະເພດສິນຄ້າກະສິກຳ ທີ່ລ້ວນແລ້ວແຕ່ແມ່ນສະຕິພູມປັນຍາທີ່ເກີດຂຶ້ນຈາກແນວຄວາມຄິດການນຳໃຊ້ເຕັກນິກວິທະຍາສາດຄວາມຮູ້ຄວາມສາມາດໃນການພັດທະນາສີມືຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຂະຫຍາຍຕົວ
ປະຈຸບັນນີ້ສັງຄົມວິພາກວິຈານກັນຕ່າງໆນາໆເລື່ອງການຄຸ້ມຄອງ
ແລະ ຈັດສັນການຄ້າຂາຍ ໃນຕະ ຫຼາດກະສິກຳ ໂພນສະຫວັນ ແຂວງຊຽງຂວາງ ເນື່ອງຈາກວ່າ ການພັດທະນາດ້ານເສດຖະກິດແກ້ໄຂ
ຊີວິດການເປັນຢູ່ຂອງປະຊາຊົນໄດ້ເປີດກ້ວາງຂື້ນ,ການຜະລິດສິນຄ້າກໍ່ນັບມື້ຫຼາຍຂື້ນ
ສະນັ້ນ, ແນ່ນອນຕະຫຼາດບ່ອນຮອງຮັບການຈໍາໜ່າຍສິນຄ້າກໍ່ຕ້ອງແອອັດຂື້ນ.ເມື່ອເບິ່ງຢູ່ຕະຫຼາດກະສິກຳແຂວງຊຽງຂວາງແລ້ວກໍ່ຖືວ່າເປັນຕະຫຼາດເກົ່າແກ່ ແລະ
ກໍ່ໄດ້ຮັບການພັດທະນາມາແລ້ວແຕ່ກໍ່ຍັງ ບໍ່ທັນ ຖາວອນເທື່ອ,ຕະຫຼາດນີ້ຖືກໄຟໄໝ້ມາແລ້ວ
2 ຄັ້ງ.
ມາຮອດປີ 2010 ມານີ້ທັງຂັ້ນເທິງໄດ້ມອບໃຫ້ລັດ ວິສາຫະກິດການຄ້າພັດທະນາຂາອອກ-ຂາເຂົ້າ ຮັບຜິດຊອບ ແລະ ກໍ່ໄດ້ຈັດສັນຄວາມເປັນ ລະບຽບ ຮຽບຮ້ອຍ,ຈັດສັນປະເພດສິນຄ້າ ແລະ ອື່ນຄືນໃໝ່ໃຫ້ມັນສອດຄອງ ແຕ່ກໍ່ຍັງພາກສ່ວນທ່ີນຳ ເຄື່ອງ
ຜົນຜະລິດຂອງຕົນເອງມາຂາຍພັດບໍ່ມີບ່ອນຊິຂາຍ ທັງລັດວິສາຫະກິດກໍ່ໄດ້ໃຫ້ໜ່ວຍຈັດສັນຕະຫຼາດ
ຈັດໃຫ້ປະຊາຊົນໄດ້ມີບ່ອນວາງຂາຍຊົ່ວຄາວຕາມເສັ້ນທາງລົດເບື້ອງເທິງຕະຫຼາດໃນຕອນເຊົ້າຮອດ
8 ໂມງ ແຕ່ກໍ່ບໍ່ພຽງພໍ ຈຳເປັນໜ່ວຍຈັດສັນພັດໄດ້ຈັດໃຫ້ວາງຂາຍຊົ່ວຄາວຕອນແລງຢູ່ບ່ອນຈອດລົດ,
ການຈັດສັນແກ້ໄຂນີ້ແມ່ນເພື່ອໃຫ້ປະຊາຊົນທ່ີເອົາຜົນຜະລິດຈາກບ້ານໄກມາຂາຍແຕ່ພັດມີແມ່ຄ້າ
ທ່ີມີບ່ອນຈັດສັນໃຫ້ແລ້ວທັງໃນຕະຫຼາດນີ້ ແລະ ຕະຫຼາດນ້ຳຫງຳເຮ່ກັນເຂົ້າມາຂາຍເຮັດໃຫ້ບ່ອນ
ກຳນົດໄດ້ເກີນຂອບເຂດອອກທຸກມື້, ບ່ອນຈອດລົດຜູ້ມາຊື້ເຄື່ອງບໍ່ມີລົດໃຫຍ່ຕ້ອງໄດ້ຈອດຢູ່ຕາມທາງໃຫຍ່ນອກຕະຫຼາດ
ແລະ ທາງອ້ອມຕະຫຼາດນັ້ນ ໂດຍສະເພາະແມ່ນຕອນແລງທ່ີຜູ້ຄົນໄປຊື້ອາຫານການກິນເຮັດໃຫ້ລົດແອອັດທຸກດ້ານອ້ອມຕະຫຼາດແຫ່ງນີ້
ໂດຍສະເພາະຜູ້ທ່ີມີເຮືອນຢູ່ແຄມທາງ ອ້ອມຕະຫຼາດນັ້ນພັດເສີມຕໍ່ຮ້ານອອກຈົນກວມຮອດທາງລົດກໍ່ມີເຮັດໃຫ້ທາງຍິ່ງແຄບເຂົ້າ,ຕາມເສັ້ນທາງຍ່າງກໍ່ເຕັມແຕ່ເຄື່ອງຂາຍໄປໝົດ.
ເລື່ອງນີ້
ທ່ານ ຄຳພູ ວັນນະຈັກ ຫົວໜ້າອຳນວຍການລັດວິສາຫະກິດການຄ້າພັດທະນາຂາອອກ-ຂາເຂົ້າ ໃຫ້ຮູ້ເມື່ອວັນທີ 27 ກຸມພາ 2013ທີ່ຜ່ານມາວ່າ: “ພວກເຮົາກໍ່ສຸດທ່ີເຮັດໃຫ້ໄດ້ດີແລ້ວແຕ່ການຂະຫຍາຍ ຕົວຂອງ ສັງຄົມມັນກໍ່ຫຼາຍຂື້ນໄວຂື້ນ
ສະນັ້ນແມ່ຄ້າກໍ່ຕ້ອງໄດ້ອົດທົນ ແບ່ງປັນກັນຂາຍຕາມສະພາບຕະຫຼາດມັນຍັງເປັນແນວນີ້ ແຕ່ຂໍຮຽກຮ້ອງມາຍັງແມ່ຄ້າຊາວຂາຍທຸກຄົນຈົ່ງເຄົາລົບ
ລະບຽບບ້ານເມືອງ ເມື່ອຈັດສັນແລ້ວກໍ່ຕ້ອງປະຕິບັດໄປກ່ອນບໍ່ຄວນວ່າບ່ອນນັ້ນໄດ້ຂາຍດີ,ບ່ອນນີ້ບໍ່ໄດ້ຂາຍ ແລະ ກໍ່ຄວນ ເບິ່ງດ້ານການປັບປຸງລາຄາ ແນ່ນອນຜູ້ຊື້ຢາກຊື້ຖືກໄດ້ຫຼາຍທັງສົດອີກ
ແຕ່ກໍ່ບໍ່ສາມາດບັງຄັບດ້ານ ລາ ຄາ ໃຫ້ໄດ້ເພາະດ້ານການຕະຫຼາດມັນຫາກແມ່ນກົດເກນການແກ້ງແຍ້ງລາຄາ,ລູກຄ້າ,ການຜະລິດເພື່ອ ແນໃສ່ການກະຕຸ້ນເສດຖະກິດນັ້ນເອງ.”
ເມື່ອຖາມເຖິງອະນາຄົດນັ້ນ
ທ່ານ ຄຳພູ ວັນນະຈັກ ກ່າວອີກວ່າ: ປະຈຸບັນໄດ້ມີສະຖາບັນການເງິນ ນີວຕັນ
ໄດ້ສະເໜີຕົວຂໍປະມູນສ້າງຕະຫຼາດແຫ່ງນີ້.ໃນວັນທີ 8 ກຸມພາຜ່ານມານີ້ກໍ່ໄດ້ມີກອງປະຊຸມຜ່ານບົດບັນທຶກຜົນການອອກແບບຂອງສະຖາບັນນີວຕັນທ່ີພະແນກແຜນການ
ແລະ ການຮ່ວມມືຂອງແຂວງແລ້ວ ແລະ ໃນວັນທີ 12 ກຸມພາ 2013
ກໍ່ໄດ້ຈັດກອງປະຊຸມ ປຶກສາຫາລືຄຳສະເໜີຂອງສະຖາບັນນີວຕັນຢູ່ເມືອງແປກ ແລະ
ຄົ້ນຄ້ວາຄະນະກຳມະການ ກວດກາ ແລະ ຈະໄດ້ລົງກວດກາຊັບສິນ,ໜີ້ສີນລະຫວ່າງລັດກັບບໍລິສັດໄດ້ກໍ່ສ້າງຜ່ານມາ
ແລະ ແມ່ຄ້າກັບລັດທ່ີໄດ້ຈອງຊື້ບ່ອນ,ກວດກາຄວາມພ້ອມໃນການຈັດບ່ອນລົງຕະຫຼາດຊົ່ວຄາວໃຫ້ແມ່ຄ້າ
ແລະ ອື່ນໆອີກ.ຖ້າຫາກວ່າມີຄວາມພ້ອມ ແລະ ໄດ້ກໍ່ສ້າງຕະຫຼາດກະສິກຳ
ນີ້ໃໝ່ກໍ່ຈະສາມາດແກ້ ໄຂ ຢ່າງເປັນລະບົບໄດ້ ຍ້ອນວ່າແບບຈຳລອງຂອງອາຄານຕະຫຼາດແຫ່ງນີ້ກໍ່ສ້າງເປັນລະບົບ
3 ຊັ້ນ, ຈະຈັດສັນຊັ້ນທີ 1 ໃຫ້ຂາຍປະເພດຊີ້ນ,ປາ,ເປັດໄກ່
ແລະ ພຶດຜັກ,ຊັ້ນທີ 2 ຈັດໃສ່ການຂາຍ ເຄື່ອງແຫ້ງ
ແລະ ເຄື່ອງປຸງແຕ່ງອື່ນໆ ສ່ວນຊັ້ນ 3 ຈັດເປັນຮ້ານອາຫານເຄື່ອງດືມ
ແລະ ຫ້ອງການ,ຫ້ອງປະຊຸມ.ສຳລັບເດີ່ນອ້ອມຕະຫຼາດຈະສາມາດໃຫ້ຈອດລົດໃຫຍ່ໄດ້ 60 ຄັນ ແລະ ປະເພດລົດຈັກໄດ້ 100 ຄັນ.
“ການກໍ່ສ້າງນີ້ຍັງເປັນການເລີ່ມຕົ້ນສະເໜີ ແລະ ເກັບກຳຂໍ້ມູນຕ່າງໆ ສະນັ້ນການແກ້ໄຂຄວາມແອອັດ
ແລະ ຫາງສຽງຂອງຄົມກໍ່ຍັງຕ້ອງໄດ້ອົດທົນນຳກັນໄປກ່ອນ ແລະ ຄ່ອຍ ເອົາໃຈເຊິ່ງກັນແລະກັນພ້ອມນີ້
ຜູ້ທ່ີຢູ່ໃກ້ກັບຕະຫຼາດກໍ່ຍັບເອົາກັນເພື່ອບໍ່ໃຫ້ແອອັດ ແລະ ພາກ ສ່ວນ ທ່ີກ່ຽວຂ້ອງທຸກຝາຍກໍ່ພ້ອມກັນລົງແກ້ໄຂແຕ່ລະຈຸດທ່ີເຫັນວ່າພໍແກ້ໄຂໄດ້ຕາມຄວາມເປັນຈິງນຳອີກ.”
ไม่มีความคิดเห็น:
แสดงความคิดเห็น