ຫັດຖະກຳມູນພໍ່ - dokhukcolumnist

Post Top Ad

Responsive Ads Here

วันพุธที่ 20 มีนาคม พ.ศ. 2556

ຫັດຖະກຳມູນພໍ່


ຫັດຖະກຳມູນພໍ່ ປະຍຸກສິລະປະລາຍລາວ ລົງສູ່ຜືນຜ້າ

ລວດລາຍ​​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ເປັນ​ເອກະ​ລັກ, ຄວາມ​ອຸດົມສົມບູນ ​ແລະ ການ​ດຳລົງ​ຊີວິດ​ຂອງ​ຄົນ​ລາວ​ ລວມທັງ​ລວດລາຍ​ທີ່​ແກະສະຫຼັກ ​ແລະ ປັກ​ແສ່ວ​ໂດຍຝີ​ມື້ທີ່​ເປັນ​ຊັບ​ສົມບັດ​ອັນ​ລ້ຳຄ່າຂອງ​ຊາດ ​ໄດ້​ຖ່າຍ​ທອດ​​ໄວ້​ໃຫ້​ລູກຫຼານ​ໄດ້​ເບິ່ງ​ໄດ້​ຊົມ ​ໃນ​ປັດຈຸບັນນີ້​​ຄົນ​ລຸ້ນ​ໃໝ່ມັກ​ໂຊ​ສີ​ໄມ້​ລາຍ​ມື​ໂດຍ​ການ​​ແຕ້ມ​ລວດລາຍ ລາວ​ປະສົມ​ກັບ​ຄວາມ​ທັນ​ສະ​ໄໝ​​ໂດຍ​ການ​ໃຊ້​ຄວມພິວ​ເຕີ​ເຂົ້າມາ​ອອກ​​ແບບ​ເປັນກາ​ເສື້ອທີ່​ສວຍ​ງາມ ​ແລະ ບົ່ງ​ບອກ​ເຖິງຄວາມ​ເປັນ​ລາວ.
ທ່ານ ສຸວັນ​ນີ ພັນ​ດາ​ນຸວົງ ​ເຈົ້າຂອງຮ້ານ​ຫັດຖະກຳ​ມູນ​ພໍ່​ໄດ້​ໃຫ້​ສຳພາດ​ຕໍ່ທີ​ມງານ​ໜັງສື​ພິມເສດຖະ​ກິດ​-ການ​ຄ້າວ່າ:
ກ່ອນ​ຈະ​ມາ​ເລີ່​ມກໍ່ຕັ້ງຮ້ານ​ “ຫັດຖະກຳ​ມູນ​ພໍ່” ຕົນ​ເອງ​ເຄີຍ​​ເຮັດ​ວຽກວົງ​ການນັກຂ່າວ ​ແລະ ນັກອ​ອກ​ແບບ​ວາລະສານ​ຕ່າງໆມາກ່ອນ ​ແລະ ​ອີກຢ່າງໜຶ່ງ​ແມ່ນໄດ້​ເຮັດ​ວຽກຢູ່​ກະ​ຊ່ວງ​ຖະ​ແຫຼ່ງຂ່າວ ​ແລະ ວັດທະນາທໍາທີ່​ມີ​ຈິດ​ໃຈ​ມັກ​ຮັກ​ປະ​ເພນີ​ ​ແລະ ວັດ​ຖະນາ​ທຳ​ລາວ ທີ່​ເປັນ​ເອກະລັກ​ຂອງຊາດ​ລາວ ສະນັ້ນກໍ່​ໄດ້ກໍ່ຕັ້ງຫັດຖະກຳ​ມູນ​ພໍ່ຂຶ້ນ ​ເພື່ອ​ສົ່ງ​ເສີ່​ມວັດທະນາ​ທຳ​ລາວ ​ແລະ ອີກ​ຢ່າງ​ແມ່ນ​ຕ້ອງການ​ສ້າງ​ເປັນ​ທຸລະ​ກິດ​ສ່ວນ​ຕົວ​ຂະໜາດນ້ອຍ.
ຫັດຖະກຳມູນ​ພໍ່​ເກີດ​ຂຶ້ນ​ໄດ້​ກໍ່ຍ້ອນ​ຕົນ​ເອງ​ທີ່​ມີ​ຄວາມ​ຄິດມັກ​ຮັກ​ສີ​ລະ​ປະ, ວັດ​ທະນະທຳ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ດ້ານ ຈຶ່ງຢາກສະ​ແດງ​ເຖິງສີ​ໄມ້​ລາຍ​ມືທີ່​ຕົນ​ເອງ​ສາມາດເຮັດ​ໄດ້ ​ແລະ ຕ້ອງສ້າງ​ຜະລິດ​ຕະພັນ​ລາວ ​​ໃຫ້​ຄົນ​ລາວ​ໄດ້​ຊົມ​ໃຊ້ ​ແລະ ​ຄົນ​ຕ່າງປະ​ເທດທີ່​​ເຂົ້າມາ​ຢ້ຽມຢາມ​ປະ​ເທດ​ລາວ​ແລ້ວ​ຊື້​ເປັນ​ຂອງ​ທີ່​ລະນຶກ, ຂອງ​ຕ້ອນ, ຂອງ​ຟາກ ​ແລະ ອື່ນໆ ​ເພື່ອ​ສ້າງລາຍ​ໄດ້​ໃຫ້​ຜູ້​ປະກອບ​ການ ​ແລະ ​ເປັນ​ການ​ສົ່ງ​ເສີມການ​ພັດທະນາ​ສິນຄ້າ​ພາຍ​ໃນ​​ໃຫ້ຫຼາຍຂຶ້ນ ​ແລະ ​ໂດດ​ເດັ່ນ ຈຶ່ງໄດ້​ກໍ່ຕັ້ງຮ້ານຫັດຖະ ກຳ ​ມູນ​ພໍ່ຂຶ້ນ​ມາ​ໃນ​​ເດືອນ ​ກຸ​ພາ ປີ 2012.
ຫັດຖະກຳ​ມູນ​ພໍ່​ໄດ້​ທຳ​ການຜະລິດ​ຕະພັນຫັດຖະກຳ​ທີ່​ມີ​ຄຸນ​ນະພາ​ບ, ນ້າ​ຮັກ ​​ແລະ ມີ​ສີ​ສັ່ນ​ທີ່​ສວຍ​ງາມ ​ໂດຍ​ການ​ຄັດ​ຈ້ອນ​ເອົາ​ແຜ່ນ​​ແຜ່​ທີ່​ມີ​ຄຸນ​ນະພາ​ບ ​ແລະ ​ໄດ້​ມາດຕະຖານ ​ແລ້ວ​ນຳ​ມາປຸງ​ແຕ່ງ​ເປັນ​ຜະລິດ​ຕະພັນ​ເສື້ອຢືດ​​ໂດຍ​ການ​ແຕ້ມ​ລວດລາຍ ​ແລະ ຂຽນໜັງສື​​ເປັນ​ພາສາ​ລາວ ​ແລະ ພາສາ​ຕ່າງປະ​ເທດ ​ໃຫ້​ເປັນ​ແບບ​ທີ່​ສວຍ​ງາມ ອອກ​ມາ​ເປັນ​ສະ​ໄຕຣ ​ແລະ ​ເອກະລັກ​ຂອງ​ບ້ານ​ເຮົາ. ສ່ວນ​ການ​ອອກ​ແບບ​ເຄື່ອງນຸ່ງ​ໃຫ້​ມັນ​ສວຍ​ງາມ​ນັ້ນ ​ຂ້າພະ​ເຈົ້າ​ເອງ​​ແມ່ນ​ໄດ້​ອອກ​ແບບ​ໂດຍ​ທີ່​ມີ​ຈິດ​ໃຈ​ມັກ​ຮັກ​ແທ້ໆ​​ໃນ​ດ້ານ​ນີ້ທີ່​ເປັນ​ລາຍແບບ​ລາວ​ເຮົາ ມາ​ແຕ່​ດັ່ງ​ເດີມ ​ແລ້ວ​ນຳ​ມາ​ປັ້ນ​ແຕ່ງ​​ທີ່​ອອກມາ​ເປັນ​ແນວ​ສະ​ໄໝ​​ໃໝ່​ແດ່ ທີ່​ໄວ​ລຸ້ນນິຍົມ​ກັນ​ຫຼາຍໃນຍຸກ​ປັດຈຸບັນ​ນີ້ ພວກ​ເຮົາ​ຍັງ​ເກັບ​ຮັກສາ​ລວດລາຍ​ທີ່​ສະ​ແດງ​ເຖິງຄວາມ​ເປັນ​ລາວ​ໄວ້​ເປັນ​ຢ່າງ​ດີ.
​​​ໃນ​ປັດຈຸບັນ​ຜະລິດ​ຕະພັນຂອງ ​ຫັດຖະກຳ​ມູນ​ພໍ່ ​ແມ່ນ​ໄດ້​​ເນັ້ນຜະລິດ​ເສື້ອຜ້າທີ່​ເປັນ​ປະ​ເພດ​ເສື້ອຢຶດທີ່​ທັນ​ສະ​ໄໝ ​ເຂົ້າກັບ​ຍຸກ​ປະຈຸ​ບັນໄດ້ດີເໝາະສົມກັບຄົນ​ທົ່ວ​ໄປ​ທັງ​ຜູ້ໃຫຍ່ ​ແລະ ​ເດັກນ້ອຍ ພິ​ເສດ​ແລ້ວ​ເໝາະສົມ​ກັບບ່າວສາວທີ່ມັກການນຸ່ງເຄື່ອງເປັນຄູ່ ​ເພື່ອ​ບຸ່ງ​ບອກ​ເຖິ່ງຄວາມ​ຜູກ​ພັນ, ຄວາມ​ຮັກ ​ແລະ ຄວາມ​ເປັນໝູ່​ເພື່ອນທີ່​ມີ​ຄວາມ​ຮູ້ສຶກ​ດີໆ​ໃຫ້​ກັນ ​ແລະ ກັນ.
ຈຸດ​ພິ​ເສດ​ທີ່​ເຮັດ​ໃຫ້​ຜະລິດ​ຕະພັນ​ຂອງ​ພວກ​ເຮົາ​ແຕກ​ຕ່າງ​ຈາກ​ຜະລິດ​ຕະພັນ​ຂອງ​ຮ້ານອື່ນໆ ພວກ​ເຮົາ​ໄດ້​ນຳ​ໃຊ້​ແຜ່ນ​ແຜ່​ທີ່​ມີ​ຄຸນ​ນະພາ​ບ, ລວດລາຍ​ກໍ່​ແຕກ​ຕ່າງ​ກັນ ​ແລະ ​ສິນຄ້າ​ກໍ່ເປັນ​ທີ່​ຍ້ອມ​ຮັບ​ຈາກສັງຄົມ ອອກ​ແບບ​ໄດ້​ສວຍ​ງາມ, ບໍ່ກອບ​ປີ​ຂອງ​ໃຜ ຜະລິດ​ຕະພັນທຸ​ກຢ່າງ​ຢູ່​ພາຍ​ໃນ​ຮ້ານ​ແມ່ນ​ໄດ້​ອອກ​ແບບ​ອອກ​ເອງໝົດ ​ແລະ ​ຄິດ​ຄົ້ນຫາ​ການ​ອອກ​ແບບ​ໃໝ່ຕະຫຼອດ​​ ເພື່ອ​ໃຫ້​ທັນ​ຍຸກ​ທັນ​ສະ​ໄໝ​ເຂົ້າກັບ​ສັງຄົມ​ລາວ ​ແລະ ໃຫ້​ທັນ​ກັບ​ຄວາມ​ຕ້ອງການ​ຂອງລູກ​ຄ້າ.
ສຳລັບ​ລູກ​ຄ້າ​ສ່ວນຫຼາຍ​ທີ່​ມາ​ຊົມ​ໃຊ້​ຜະລິດ​ຕະພັນ​ແມ່ນ​ຄົນ​ລາວທີ່ຢູ່​ໃນ​ນະຄອນຫຼວງວຽງຈັນ ​ແລະ ຕ່າງ​ແຂວງ, ກໍ່ມີ​ອີກ​ຈຳນວນໜຶ່ງທີ່​ເປັນ​ຊາວຕ່າງ​ປະ​ເທດທີ່​ຊື້ຜະລິດ​ຕະພັນ​ເຮົາ​ສ່ວນ​ໃຫຍ່​ແມ່ນ​ຄົນ​ອາຊີ​ທີ່​ມັກ​ຊື້ຫຼາຍ ​ໃນ​ການ​ບໍລິການ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນໜ້ອຍຢູ່ ​​ເນື່ອງ​ມາ​ຈາ​ຜະລິດ​ຕະພັນ​ຫາກໍ່​ເປິີດ​ໃຊ້ບໍລິການ​ມາ​ໄດ້​ປີ​ປາຍ ຍັງ​ບໍລິ​ການບໍ່ທັນ​ທົ່ວ​ເຖິງ​ເທື່ອ ​ແລະ ສິນຄ້າ​ແມ່ນ​ມີ​ຈຳນວນ​ຈຳກັດ.
ທ່ານ ສຸວັນ​ນີກ່າວ​ຕື່ມ​ວ່າ: ທຳ​ອິດ​ກໍ່ມີ​ບັນຫາ​ດ້ານ​ຄຸນ​ນະພາ​ບຂອງ​ສິນຄ້າ ​​ແລະ ຄຳ​ຕຳນິຈາກ​ລູກ​ຄ້າຈຳນວນ ໜຶ່ງ, ບາງ​ທີ່​ກໍ່ອາດ​ຈະ​ບໍ່​ແມ່ນ​ສິນຄ້າ​ຂອງ​ພວກ​ເຮົາ ບາງ​ເອີນ​ໄດ້​ຍິນ​ລູກ​ຄ້າ​ຈົ່ມ​ວ່າ​ຜະ​ລິດ​ຕະພັນ​ລາວ​ບໍ່​ໄດ້​ຄຸນ​ນະພາ​ບ ​ຍ້ອນວ່າ​ຄົນ​ລາວ​ຜະລິດ ຂ້າພະ​ເຈົ້າກໍ່ກັງ​ວົງຫຼາຍກັບ​ບັນຫາ​ແບບ​ນີ້ ກ່ອນ​ທີ່​ຂ້າພະ​ເຈົ້າ​ຈະ​ຜະລິດ​ສິນຄ້າໜຶ່ງໆອອກ​ມາ ​ແມ່ນ​ຕ້ອງ​ໄດ້ທົດ​ລອງ​ຫົ່ມເອງຫຼາຍຕໍ່ຄັ້ງກ່ອນ​ທີ່​ຈະ​ວາງ​ຂາຍ​ໄດ້ ພິ​ເສດ​ແລ້ວ​ແມ່ນ​ຈະ​ໃສ່​ໃຈ​ດ້ານ​ຄຸນ​ນະພາ​ບ​ເປັນຫຼັກ ​ແລະ ສິນຄ້າ​ແຕ່ລະ​ຢ່າງ​ຕ້ອງ​ໄດ້​ມາດຕະ​ຖານ ​​ກໍ່ຍ້ອນ​ແຮງ​ກະ​ຕຸ້ນ​ນັ້ນ​ເອງ​ວ່າ​ສິນຄ້າ​ລາວ​ບໍ່ດີ ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຕັ້ງ​ໃຈ​ຜະລິດ ຕ້ອງ​ໄດ້​ຄຸນ​ນະພາ​ບ ​ແລະ ດີກ​ວ່າ​ສິນຄ້າ​ນຳ​ເຂົ້າອີກ. ຂ້າພະ​ເຈົ້າກໍ່​ໄດ້ປັບປຸງ​ມາ​ເລື່ອຍໆຈົນ​ເຮັດ​ໃຫ້​ຜະລິດ​ຕະພັນ​​ໄດ້​ຄຸນ​ນະພາ​ບ ​ແລະ ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ສັງຄົມ​ລາວ​ໃນ​ປັດຈຸບັນ ​ເຮັດ​ໃຫ້​ຄົນ​ລາວ​ຫັນ​ມາ​ຊົມ​ໃຊ້​ຜະລິດ​ຕະພັນ​ພາຍ​ໃນຫຼາຍຂຶ້ນ.
ການ​ບໍລິ​ການ​ຂອງ​ພວກ​ເຮົາ​ແມ່ນ​ຈະ​ໄດ້​ຂາຍ​ຢູ່​ພາຍ​ໃນ​ຮ້ານ ທີ່​ພວກ​ເຮົາ​ວາງ​ຂາຍນັ້ນມີ​ຢູ່​ສອງ​ຈຸດ​ຄື: ຈຸດ​ທີ່ໜຶ່ງ ​ແມ່ນ​ຂາຍ​ຢູ່​ບ້ານ​ທົ່ງ​ຕຸ່ມ ​ແລະ ຈຸດ​ທີ່​ສອງ​ແມ່ນ​ຂາຍ​ຢູ່​ຕະຫຼາດມຶ​ດ​ແຄມ​ຂອງ​ສວນ​ເຈົ້າອານຸວົງ ​ແລະ ການ​ຕອບ​ສະໜອງຂອງສິນຄ້າ​ຄຸນ​ນະພາ​ບຕ້ອງ​ມາ​ກ່ອນສະ​ເໝີ ສິນຄ້າ​ແຕ່​ລະ​ຢ່າງ​ຕ້ອງ​ມີ​ຄຸນ​ນະພາ​ບ ລາຄາ​ກໍ່ສົມ​ເຫດ​ສົມ​ຜົນ (ລາຄາ​ບໍ່​ແພງ)​ໃຫ້​ສົມ​ກັບ​ຄຳ​ວ່າ “ອອກ​ແບບ​​ໃຫ້ທັນ​ສະ​ໄໝ ​ໃສ່​ໃຈ​ລູກ​ຄ້າ” ນັ້ນຄື​ເປົ້າໝາຍຂອງ​ພວກ​ເຮົາ.
ຕໍ່ກັບ​ຄູ່​ແຂ່ງ​ທີ່​ເຮັດ​ທຸ​ລະ​ກິດ​ທາງ​ດ້ານ​ນີ້ສຳລັບ​ພວກ​ເຮົາ​ແລ້ວ​ຄິດ​ວ່າ​ໜ້າ​ຈະ​ບໍ່ມີ​ບັນຫາ​ຫຍັງ ​ເພາະວ່າ​ທຸລະ​ກິດ​ນີ້ ​ພວກ​ເຮົາ​ໄດ້​ອອກ​ແບບ​ທີ່​ແຕກ​ຕ່າງຈາກ​ຮ້ານ​ອື່ນໆທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ມາ​ກ່ອນ​ ​ແລະ ​ຈະອອກ​ແບບ​ໃໝ່ຕະຫຼອດ ພິ​ເສດ​ແລ້ວ​ຈະ​ຕ້ອງ​ອອກ​ລວດລາຍ​ບ້ານ​ເຮົາ ຜ່ານ​ມາການ​ອອກ​ແບບ​ເສື້ອ​ເຊີດ​ແມ່ນ​ຈະ​ໄດ້​ອີງ​ໃສ່​ເທດສະການ​ຕ່າງໆ​ເຊັ່ນ: ບຸນທາດຫຼວງທີ່​ຜ່ານ​ມານີ້ພວກ​ເຮົາ​ກໍ່​ໄດ້​ອອກ​ແບບ​ປະມານ 10 ກວ່າ​ແບບ​ເພື່ອ​ວາງ​ຂາຍ​ໃນ​ບຸນ​ພະທາດຫຼວງ ​ເມື່ອ​ໄດ້​ວາງ​ຂາຍ​ພາຍ​ໃນ​ງານ​ບຸນ​ແລ້ວ ສິນຄ້າ​ຂອງ​ພວກ​ເຮົາ​ບໍ່ສາມາດ​ຕອບ​ສະໜອງ​ໃຫ້​ທົ່ວ​ເຖິງ​ໄດ້ ​ເພາະວ່າ​ຈຳນວນ​ສິນຄ້າ​ມີຈຳກັດ, ​ສິນຄ້າ​ປະມານ 3.000 ​ໂຕ ​ແມ່ນ​ໄດ້​ຂາຍໝົດທຸກ​ຢ່າງ ​ແລະ ຕໍ່ມາເທດສະການ​ຕ່າງໆ​ກໍ່​ເຊັ່ນ​ດຽວກັນ ​ແມ່ນ​ໄດ້​ຂາຍ​ດີ. ນອກ​ຈາກ​ນັ້ນ​ແລ້ວ​ທາງ​ຮ້ານ​ຂອງ​ພວກ​ເຮົາ​ຍັງ​ໄດ້​ບໍລິການ ​ໂອນ​ເງິນ ​ແລະ ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ນຳ​ອີກ.
ແຜນ​ການ​ໃນຕໍ່ໜ້າພວກ​ເຮົາ​ຍັງ​ຈະ​ຮັກສາ​ຄຸນ​ນະພາ​ບ​ໄວ້​ຄື​ເກົ່າ ​ແລະ ພັດທະນາ​ສິນຄ້າ​ໃຫ້​ໄດ້​ມາດຕະຖານ​ຂຶ້ນ​ໄປ​ເລື່ອຍໆ, ອີກ​ດ້ານໜຶ່ງ​ແມ່ນ​ຈະ​​ໄດ້​ຂະຫຍາຍ​ສິນຄ້າ​ໄປຕ່າງແຂວງ​​ໃຫ້​ມັນ​ທົ່ວ​ປະ​ເທດ​.
ຜ່ານ​ການ​ເຮັດ​ທຸລະ​ກິດ​ມາ​​ໄດ້​ໄລຍະໜຶ່ງ ຂ້າພະ​ເຈົ້າກໍ່ມີ​ຄວາມ​ເພິ່ງ​ພໍ​ໃຈຫຼາຍ ທີ່​ໄດ້​ສ້າງ​ຜະລິດ​ຕະພັນ​ນີ້ຂຶ້ນມາ ​ເພື່ອ​ສົ່ງ​ເສີ່​ມຜະລິດ​ຕະພັນ​ລາວ​ໃຫ້​ໄດ້​ມາດຕະຖານ ​ແລະ ​ເປັນ​ທີ່​ຮູ້ຈັກ​ຈາກ​ສັງຄົມ ທີ່​ນິຍົມ​ກັນ​ຊົມ​ໃຊ້​ຜະລິດ​ຕະພັນ​ ທີ່​ເປັນ​ສີມື​ຂອງ​ຄົນ​ລາວ​ແທ້ໆ.
ຕອນທ້າຍ​ ທ່ານ ສຸວັນ​ນີ​ເຈົ້າຂອງ​ຮ້ານ​ຍັງ​ຝາກ​ເຖິງ​ລູກຄ້າ​ທີ່​ມາ​ໃຊ້​ບໍລິການ​ຜະລິດ​ຕະພັນ​ ​ແລະ ​ໄດ້​ເຊີນຊວນ ​ໃຫ້​ເຂົ້າມາ​​ເບິ່ງ​ຜະລິດ​ຕະພັນ ຢາກ​ໃຫ້​ຄົນ​ລາວ​ມາ​ນຳ​ໃຊ້​ສິນຄ້າ​ທີ່​ເປັນ​ສີ​ໄມ້ລາຍ​ມືຂອງ​ຄົນ​ລາວ ​ເພື່ອ​ສົ່ງ​ເສີ່​ມ ຜະລິດ​ຕະພັນ​ລາວ ​ໃຫ້​ຄົງ​ຢູ່​ຄູ່​ກັບ​ສັງຄົມ​ລາວ​ຕະຫຼອດ​ໄປ. ປະຈຸ​ບັນນີ້ພວກ​ເຮົາ​ກຳລັງ​ກະກຽມ​ໃສ່​ບຸນປີ​ໃໝ່ລາວ ​ແລະ ອອກ​ແບບ​ໄວ້​​ແລ້ວ​ເກື້ອບ 10 ລາຍການ ​ເພື່ອ​ຮອງຮັບ​ການ​ຕອບ​ສະໜອງ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງ​ການ​ຈາກ​ລູກ​ຄ້າ ​ແລະ ສາມາດ​ມາ​ຈັບຈອງ​ສິນຄ້າ​ຂອງ​ພວກ​ເຮົາ​ໄປ​ເປັນ​ເຈົ້າຂອງ​ໄດ້​ແລ້ວ ຫຼື ​ເຂົ້າມາ​ຢ້ຽມຊົມ​ທາງ facebook ‘Nylao t-shirt’ ກ່ອນກໍ່​ໄດ້.


ສະຖາ​ນທີ່​ຕັ້ງຢູ່​ບ້ານ​ທົ່ງ​ຕຸ່ມ ​ເມືອງ​ຈັນທະ​ບູລີ ນະ​ຄອງຫຼວງວຽງຈັນ ຢູ່​ໃກ້​ກັບ​ໄຟ​ແດງ​ໂຮງ​ກາຍະ​ສິນ ລົງ​ມາ​ທາງ​ໄຟ​ແດງ​ທົ່ງ​ຂັ່ນຄຳ ​ເປີດ​ບໍລິການ​ແຕ່ 7:00 17:00 ​ແລະ ອີກ​ບ່ອນໜຶ່ງ​ແມ່ນ​ວາງ​ຂາຍ​ຢູ່​ແຄມ​ຂອງ​ສວນ​ເຈົ້າອານຸວົງ ​ເປີດ​ບໍລິການ​ຕັ້ງ​ແຕ່ 17:00 23:00 ທຸກໆມື້ 

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here